LaoBlogger.com
	<language>en</language>
reCAPTCHA ແລະ Recent posts
		<description>ຮູ້ສຶກວ່າຈະເປັນເວລາດົນພໍສົມຄວນແລ້ວທີ່ບໍ່ໄດ້ອັບເດດລະບົບຂອງ ລາວບລັອກເກີ ມື້ນີ້ມີໂອກາດ ເລີຍມາຈັດການອັບເກຣດລະບົບ ໂດຍຫລັກ ໆ ຈະມີສອງຢ່າງທີ່ປ່ຽນແປງຄື
໑. reCAPTCHA - ຜູ້ໃຊ້ຈະພົບວ່າ ເມື່ອຕ້ອງການສະແດງຄຳເຫັນ ຫຼືສະມັກສະມາຊິກໃຫມ່ ຈະຕ້ອງໄດ້ໃສ່ລະຫັດແປກ ໆ ກ່ອນ ເຊິ່ງມັນມີຫນ້າຕາແບບນີ້:
ມັນອາດຈະຍາກ ແລະສ້າງຄວາມລຳຄານໃຈໄປແດ່ຈັກຫນ່ອຍ ແຕ່ວ່າມັນໃຊ້ປ້ອງກັນ Spam ໄດ້ດີຫລາຍ ແລະ reCAPTCHA ຈະສະແດງຂຶ້ນມາກໍ່ຕໍ່ເມື່ອບໍ່ໄດ້ Login ເຂົ້າລະບົບເທົ່ານັ້ນ ຫາກທ່ານ Login ແລ້ວ ກໍ່ຈະບໍ່ຕ້ອງໃສ່ reCAPTCHA ອີກຕໍ່ໄປ
Recent posts - ຫນ້າທຳອິດ ຈະມີລາຍການບລັອກທີ່ຂຽນໃຫມ່ສະແດງຢູ່ ເຊິ່ງຈະສະແດງພຽງຫົວຂໍ້ເທົ່ານັ້ນ ເນື້ອໃນແມ່ນຕ້ອງຄລິກເຂົ້າໄປອ່ານເອົາຕື່ມ
Theme - ຮູບແບບຫນ້າຕາໃຫມ່ຂອງບລັອກ ອອກແບບໂດຍຊາວຈີນ ຂ້າພະເຈົ້າທົດລອງໃຊ້ຢູ່ກັບບລັອກ Webmaster's blog ມີຫນ້າຕາສວຍງາມ ແລະເປັນພາສາລາວບາງສ່ວນ (ເມນູຕ່າງ ໆ --ເບິ່ງຮູບປະກອບດ້ານລຸ່ມ)
ພາສາ - ຕອນນີ້ລາວບລັອກເກີມີສອງພາສາ ...</description>
ເລື່ອງ PageRank ໃນລາວບລັອກເກີ
		<description>ກໍ່ຮູ້ສຶກວ່າ ຕອນນີ້ລາວບລັອກເກີ PR3 ເປັນທີ່ຮຽບຮ້ອຍແລ້ວ (ອັນທີ່ຈິງມັນອັບເດດເປັນ PR3 ເມື່ອຊ່ວງອັບເດດ PR ທີ່ຜ່ານມາ ແຕ່ບໍ່ໄດ້ຂຽນລົງຂ່າວ) ບລັອກທີ່ຢູ່ໃນເຄືອຂອງລາວບລັອກເກີມີການອັບເດດອັນດັບ PR ກັນດັ່ງນີ້
	http://pnomsin.laoblogger.com/ PR2
	http://sen9y.laoblogger.com/ PR2
	http://delphinus.laoblogger.com/ PR2
	http://devsmudger.laoblogger.com/ PR2
	http://ekmafia.laoblogger.com/ PR1
	http://gaap.laoblogger.com/ PR2
	http://sian.laoblogger.com/ PR2
	http://birdflu2007dotexe.laoblogger.com/ PR2
	http://drdevil.laoblogger.com/ PR2
	http://keztudio.laoblogger.com/ PR2
	http://webmaster.laoblogger.com/ PR2
ກໍ່ຖືວ່າບລັອກຕ່າງ ໆ ພາຍໃນລາວບລັອກເກີກໍ່ໄດ້ອານິສົງ PR ໄປນຳກັນຫລາຍເຕີບ ສ່ວນທີ່ບໍ່ໄດ້ມີລາຍຊື່ໃນນີ້ແມ່ນ PR N/A ແລະ PR0 ກັນຢູ່ ຄົງຕ້ອງພະຍາຍາມກັນຕື່ມ :) </description>
Changed
		<description>ໄລຍະນີ້ພະຍາຍາມແກ້ໄຂລາວບລັອກເກີໃຫ້ແລ້ວໄວ ໆ ເພື່ອຈະໄດ້ເປີດໃຊ້ຢ່າງເປັນທາງການ ເຊິ່ງບັນຫາສຳຄັນກໍ່ຄົງເປັນຫນ້າຫລັກຂອງເວັບ ເຊິ່ງຍັງຕ້ອງການປັບປຸງແກ້ໄຂ ແລະແຕ່ງສີສັນໃຫ້ມີຄວາມດຶງດູດຫລາຍຂຶ້ນ ຄາດວ່າ ອາດຈະແລ້ວໃນໄວ ໆ ນີ້ (ຫາກບໍ່ມີຫຍັງປ່ຽນແປງ) ອັນທີ່ຈິງ ຢາກໃຫ້ມີ feedback ເຂົ້າມາແດ່ຈັກເລັກນ້ອຍເພື່ອຈະໄດ້ປະກອບການພິຈາລະນາໃນຕໍ່ໄປ ;) </description>
Upgraded Mu
		<description>ມື້ນີ້ຈັດການອັບເກຣດລະບົບ WordPress Mu ເຊິ່ງເປັນ Blogging Platform ທີ່ໃຊ້ໃນລາວບລັອກເກີສຳເລັດແລ້ວ ໂດຍຫລັກ ໆ ແລ້ວຈະມີການແກ້ໄຂໃນສ່ວນຂອງລະບົບຄວາມປອດໄພ ເຊິ່ງຈະເຮັດໃຫ້ບລັອກຂອງສະມາຊິກລາວບລັອກເກີປອດໄພຍິ່ງຂຶ້ນ :D </description>
Reset theme
		<description>ດົນຫລາຍແລ້ວທີ່ບໍ່ໄດ້ມາຂຽນໃນລາວບລັອກເກີ.ຄອມນີ້ ເນື່ອງຈາກວ່າພາລະອັນຍິ່ງໃຫຍ່ທີ່ຕ້ອງຮັບຜິດຊອບນັ້ນມີຫລາຍ ແຕ່ວ່າ ມື້ນີ້ມີເລື່ອງສຳຄັນມາແຈ້ງໃຫ້ຊາບ ກໍ່ຄືວ່າ ເກີດເຫດຂັດຂ້ອງບາງປະການ ຈຶ່ງເຮັດໃຫ້ Theme ທັງຫມົດນັ້ນຫາຍໄປ ຕອນນີ້ໄດ້ທຳການ reset ຄ່າໃຫ້ກັບທຸກ ໆ ບລັອກໃນລາວບລັອກເກີໃຫ້ໃຊ້ Theme ດຽວກັນກ່ອນ ແລະຈະຄ່ອຍ ໆ ເພີ່ມ Theme ໃຫມ່ເຂົ້າມາຕາມລຳດັບ
ຕ້ອງຂໍອະໄພຫລາຍ ໆ ໃນຄວາມບໍ່ສະດວກ ແລະສຳຫລັບຄວາມຄືບຫນ້າຕ່າງ ໆ ຈະມີລາຍງານມາເປັນໄລຍະ
ທີມງານລາວບລັອກເກີ.ຄອມ </description>
Moved to Semi-Dedicated!
		<description>ຫລັງຈາກທີ່ເຄີຍຂຽນໃນ *real me ວ່າຈະໃຊ້ Semi-Dedicated ນັ້ນ ຕອນນີ້ກໍ່ໄດ້ຍ້າຍມາໃຊ້ເປັນທີ່ຮຽບຮ້ອຍແລ້ວ ຈຶ່ງແຈ້ງມາເພື່ອຊາບ
ນິນ </description>
ອັບເດດ 17/12/2007 ມີ Anti-Spam for Comment ແລ້ວ!
		<description>ຫລັງຈາກທີ່ສັງເກດວ່າທ່ານພະນົມສິນຖືກ Spam ມາກໍ່ກວນເປັນໄລຍະ ໆ ທາງທີມງານລາວບລັອກເກີ (ເຊິ່ງມີຄົນດຽວ) ກໍ່ສັນຫາວິທີທາງເພື່ອທີ່ຈະມາຈັດການກັບ Spam ເຫລົ່ານີ້ໃຫ້ສິ້ນໄປ
ຜ່ານໄປອາທິດຫນຶ່ງ LaoBlogger.com ກໍ່ມີ Anti-spam ໄວ້ໃຊ້ແລ້ວ!
ເມື່ອຜູ້ຊົມທົ່ວໄປທີ່ບໍ່ໄດ້ເປັນສະມາຊິກ ແລະບໍ່ໄດ້ລັອກອິນ ຫາກຕ້ອງການຈະສະແດງຄວາມຄິດເຫັນຈະຕ້ອງໃສ່ຕົວອັກສອນ ເພື່ອໃຫ້ຜ່ານລະບົບ CAPTCHA ກ່ອນ
ອັບເດດຂອງຫຼິ້ນໃຫມ່ 14/12/2007
		<description>ທ່ານສາມາດໃຊ້ Snow effect ໃນບລັອກຂອງທ່ານໄດ້ ໂດຍໄປທີ່ເມນູ Admin > Presentation > Extras > Snow Effect ຕາມພາບປະກອບ ພຽງເທົ່ານີ້ກໍ່ຈະມີຫິມະຕົກໃນບລັອກຂອງທ່ານແລ້ວ!
ອັບເດດ 07/12/2007
		<description>ມື້ນີ້ຈະມີການອັບເດດ feature ຂອງລາວບລັອກເກີອີກເລັກນ້ອຍ ແລະຈະມີການເພີ່ມ Themes ໃຫມ່ ໆ ເຂົ້າມາພ້ອມ
	ລະບົບ Tag cloud ຕອນນີ້ຍັງໃຊ້ໄດ້ສະເພາະພາສາອັງກິດ
	ຕອນນີ້ Visual Editor ກັບມາໃຊ້ໄດ້ແລ້ວ ແຕ່ຕ້ອງເອົາ Admin bar ແລະ Google analytics ອອກໄປ ເພາະວ່າມັນຕຳກັນ
	ໂອເຄ ຕອນນີ້ຈັດການເພີ່ມ Themes ອີກຈຳນວນຫນຶ່ງແລ້ວ :D ຄິດວ່າຄົງຈະສິ້ນສຸດການອັບເດດສຳຫລັບມື້ນີ້ໄວ້ພຽງເທົ່ານີ້ກ່ອນ
	Updated: ຕອນນີ້ໃຊ້ໄດ້ທັງ Visual Editor ທັງ admin bar ແລະ Google analytics :D
ກ່ຽວກັບ comment moderation
		<description>ຫລາຍທ່ານອາດຈະສັງເກດວ່າ ບລັອກຕົວເອງນັ້ນເປັນຫຍັງຈຶ່ງວ່າບໍ່ຄ່ອຍມີໃຜໄປສະແດງຄວາມຄິດເຫັນເລີຍ ຂະຫນາດວ່າອັບເດດແລ້ວກໍ່ຍັງບໍ່ມີໃຜໄປເວົ້າຫຍັງນຳ ຫຼືອາດຈະເວົ້າແລ້ວແຕ່ພັດວ່າບໍ່ເຫັນປະກົດໃນບລັອກ ນັ້ນກໍ່ເປັນເພາະວ່າທ່ານຍັງບໍ່ໄດ້ Approve ຫຼືອະນຸມັດໃຫ້ comment ນັ້ນ ໆ ປະກົດເທື່ອ
ຂັ້ນຕອນກໍ່ບໍ່ຍາກ ພຽງແຕ່ເຂົ້າໄປທີ່ຫນ້າ Admin ຂອງບລັອກທ່ານ ແລ້ວກໍ່ໄປຫົວຂໍ້ Comment ຈາກນັ້ນກໍ່ເລືອກ Approve ໃນຄວາມຄິດເຫັນທີ່ຕ້ອງການຈະອະນຸມັດເທົ່ານັ້ນກໍ່ໄດ້ແລ້ວ
ແລະຫາກຕ້ອງການໃຫ້ຄວາມຄິດເຫັນຂອງຜູ້ຊົມ ສາມາດສະແດງໂດຍບໍ່ຕ້ອງລໍຖ້າການອະນຸມັດ ແມ່ນໃຫ້ໄປທີ່ Admin ແລ້ວກໍ່ໄປທີ່ Options ແລ້ວໄປເມນູຍ່ອຍ Discussion
ແລ້ວເລືອກຕິກເຄື່ອງຫມາຍຖືກຕາມພາບດ້ານລຸ່ມນີ້
ພຽງເທົ່ານີ້ເມື່ອມີຜູ້ສະແດງຄວາມຄິດເຫັນໃນບລັອກຂອງທ່ານ ກໍ່ຈະຖືກນຳມາສະແດງໃນບລັອກ ໂດຍບໍ່ຕ້ອງມີການລໍຖ້າອະນຸມັດຈາກເຈົ້າຂອງບລັອກແຕ່ຢ່າງໃດ :D