ຫລັງຈາກທີ່ຫ່າງຫາຍຈາກການອັບເດດໄປດົນ ໃນມື້ນີ້ກໍ່ໄດ້ມີຄວາມສາມາດໃຫມ່ ໆ ໃນ LaoBlogger ມານຳສະເຫນີທ່ານ

ຢ່າງທຳອິດເລີຍກໍ່ຄືລະບົບ Custom Theme ເຊິ່ງກໍ່ຄື ທ່ານສາມາດທີ່ຈະປັບແຕ່ງຫນ້າຕາບລັອກຂອງທ່ານບໍ່ວ່າຈະເປັນຂະຫນາດຕົວອັກສອນ ຮູບແບບຕົວອັກສອນ ພາບພື້ນຫລັງ ຫຼື CSS ຂອງບລັອກທ່ານໄດ້ອິດສະລະ!
ຕໍ່ມາກໍ່ເປັນລະບົບ Random blog ພຽງທ່ານໃສ່ /?random ຕໍ່ທ້າຍ LaoBlogger.com ເຊັ່ນ http://laoblogger.com/?random ລະບົບກໍ່ຈະສຸ່ມບລັອກຂອງສະມາຊິກລາວບລັອກເກີມາສະແດງ
ແລະສຳຫລັບການໃສ່ HTML ລວມເຖິງ JavaScript code ລົງໃນ Widgets ນັ້ນ ຂະນະນີ້ຍັງບໍ່ສາມາດເຮັດໄດ້ເທື່ອ ແຕ່ຄາດວ່າ feature ນີ້ຄົງຈະຕາມມາໃນໄວ ໆ ນີ້ແນ່ນອນ
ປ.ລ. ຕອນນີ້ສາມາດອັບໂຫລດໄຟລ໌ຕ່າງ ໆ ໄດ້ແລ້ວເດີ້ ^_^
ປ.ລ.2. ເພີ່ມ Theme ໃຫມ່ອີກ 5 ແບບເນີ້
ທີມງານລາວບລັອກເກີ.ຄອມ
ແທັກ: LaoBlogger, Update, ລາວບລັອກເກີ, ອັບເດດ


November 21st, 2007 at 8:46 am
ຕ້ອງລອງ
November 22nd, 2007 at 2:57 pm
ດີເນາະ ໄດ້ປັບ CSS ນຳ