Forums | LaoBlogger.com » ແນະນຳ

ຢາກເຫັນລາວບລອັກເກີ ເປັນແບບນີ້

(4 posts)
  1. pnomsin
    Member

    ຮຽນທ່ານ ເວັບມາສເຕີ
    ນັບຖືແລະຮັກແພງທ່ານສະມາຊິກທຸກຄົນ
    ຂ້າພະເຈົ້າ ໄດ້ຕິດຕາມແວດວົງການຂຽນບລັອກ ມາໄລຍະຫນຶ່ງ
    ໄດ້ໄປຂຽນບລັອກຢູ່ຫລາຍບ່ອນ

    ຂ້າພະເຈົ້າຍອມຮັບເວັບ technorati ໃນຖານະເປັນ ຜູ້ໃຫ້ບໍລິການ blog search ທີ່ດີທີ່ສຸດ
    ທຸກການຂຽນຂ່າວລົງໃນບລັອກ ເພິ່ນຈະຮູ້ທັນທີ ແລະ ມາເກັບເອົາໄວ້ໃນຖານຂໍ້ມູນເພິ່ນ ເຮັດໃຫ້ເຮົາຄົ້ນຫາງ່າຍ

    ເມື່ອເບິ່ງ technorati ແລ້ວ ຂ້າພະເຈົ້າຢາກເຫັນ ລາວບລັອກເກີ ນຳໃຊ້ບາງເທັກນິກຂອງເພິ່ນ ຄືດັ່ງນີ້:

    1 ໃນຫນ້າທຳອິດ ຂອງ ລາວບລັອກເກີ ຢາກໃຫ້ມີ ບົດຄວາມໃຫມ່ສຸດ ຂອງໃຜກໍ່ຕາມທີ່ຫາກໍ່ຂຽນ
    2 ໃນຫນ້າທຳອິດ ກໍ່ຢາກໃຫ້ເຫັນ ບົດຄວາມທີ່ມີຜູ້ອ່ານຫລາຍກວ່າຫມູ່ (top 10)
    3 ມີລາຍຊື່ນັກຂຽນທີ່ດີເດັ່ນ

    ຂໍຝາກຄຳຄິດເຫັນໄວ້ເທົ່ານີ້ກ່ອນ
    ຫວັງວ່າ ທ່ານຜູ້ອ່ານ ຈະຊ່ວຍພິຈາລະນາ ປະກອບຂໍ້ຄິດເຫັນ ໃຫ້ສົມບູນຂຶ້ນດ້ວຍ

    ຮັກແພງ

    Posted 7 months ago #
  2. keymaster
    au8ust

    ລັກດີໃຈຄົນດຽວ ມີຜູ້ມາໂພສຕ໌ :P

    ຊິຈັດໃຫ້ຕາມສັ່ງເດີ້ທ່ານພະນົມສິນ ອັນທີ່ຈິງຕອນນີ້ລໍຖ້າ tweak front page​ ໃຫ້ຮຽບຮ້ອຍກ່ອນ ແລ້ວຄ່ອຍຕື່ນຫລາຍ ໆ ຢ່າງເຂົ້າໄປ ອາດຈະຫາເວລາຈັກມື້ຫນຶ່ງມາເຮັດໃຫ້ແລ້ວບາດດຽວເລີຍ :D

    ຂອບໃຂຫລາຍ ໆ ທີ່ຂຽນແນະນຳເຂົ້າມາ (ບໍ່ຊັ້ນກໍ່ຊິຫາຂໍ້ອ້າງບໍ່ເຮັດຕໍ່ໄປ 555)

    ເວົ້າໄປແລ້ວຊ່ວງຫລັງນີ້ມີໂຄງການເຂົ້າມາຫລາຍ ຮຽງຄິວເຂົ້າມາບໍ່ຢຸດບໍ່ເຊົາ ຢາກເຮັດໃຫ້ແລ້ວຫມົດບາດດຽວແຕ່ເປັນໄປບໍ່ໄດ້ ມີທີມງານຄົນດຽວ ແຕ່ຄາດວ່າ ບໍ່ເກີນເດືອນນີ້ຈະຂໍຈັດການຫລາຍ ໆ ບັນຫາໃຫ້ແລ້ວ ດຽວຊິຂຽນໃນ *real me

    Posted 7 months ago #
  3. au8ust
    Member

    ອ່າ... ບຶດດຽວໜຶ່ງກໍ່ຜ່ານໄປ ໕ ເດືອນແລ້ວ ຕອນນີ້ເອົາ recent posts ກັບມາໃສ່ອີກຄັ້ງ ມີຂໍ້ຄວາມໃນເລື່ອງມາໜ້ອຍໜຶ່ງໃຫ້ອ່ານພ້ອມ ;)

    Posted 1 month ago #
  4. mimirin
    Member

    ມີ່ມັກ blog ແບບຢູ່ exteen ນະ ລະບົບມັນຄັກດີ ຫລິ້ນມາໄດ້ 2ປີກວ່າລະ ຍັງມັກຢູ່ ອິອິ

    Posted 3 weeks ago #

RSS feed for this topic

Reply

You must log in to post.